ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເປີດງານວາງສະແດງຜະລິດຕະພັນສິນຄ້າໃນໂອກາດສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ


     ໃນວັນທີ 12 ມັງກອນ 2024 ນີ້, ຢູ່ທີ່ເດີ່ນພະທາດຫຼວງວຽງຈັນ ໄດ້ມີພິທີເປີດງານວາງສະແດງຜະລິດຕະພັນສິນຄ້າ ໃນໂອກາດສະ
ເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນລະຫວ່າງວັນທີ 12-18 ມັງກອນ 2024, ໂດຍການເປັນປະທານຂອງ
ສະຫາຍ ພົນຕີ ວົງຄໍາ ພົມມະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ມະໄລທອງ ກົມມະສິດ
ກໍາມະການສູນກາງພັກ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ວົງສັກ ພັນທະວົງ ຫົວໜ້າກຳມາທິການປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບສະພາແຫ່ງຊາດ, ທ່ານ ຄໍາລາວັນ ຈັນທະລາວັນ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກ ຮອງລັດຖະມົນຕີສໍານັກງານ
ນາຍົກ, ມີຄະນະນໍາພັກ-ລັດ, ຄະນະນໍາ ກະຊວງປ້ອງກັນປະເທດ, ຫ້ອງວ່າການສູນກາງພັກ, ອົງການປົກຄອງນະຄອນຫຼວງວຽງຈັນ, ບັນດາ
ແຂກທີ່ຖືກເຊີນພ້ອມດ້ວຍພາກສ່ວນທີ່ກ່ຽວ​ຂ້ອງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ຄະນະຮັບຜິດຊອບຈັດການງານ ໄດ້ຂຶ້ນຜ່ານລາຍ
ງານຄວາມພ້ອມໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດພວມຂຸ້ນຂ້ຽວຫ້າງຫາກະກຽມ, ສ້າງ
ຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີຢ່າງເປັນຂະບວນຟົດຟື້ນ, ແຂງແຮງ ແລະ ຍາດໄດ້ຜົນສໍາເລັດເປັນ
ກ້າວໆມາການຈັດງານສະແດງຜະລິດຕະພັນສິນຄ້າກໍແມ່ນກິດຈະກຳໜຶ່ງທີ່ນອນໃນບັນດາການເຄື່ອນໄຫວສ້າງຂະບວນການສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ຄະນະກໍາມະການລະດັບຊາດ ກໍຄືກະຊວງປ້ອງກັນປະເທດ ກຳນົດໃຫ້ຈັດຂຶ້ນເພື່ອເປີດ
ໂອກາດໃຫ້ພະນັກງານ-ນັກຮົບ, ມວນຊົນ, ຊັ້ນຄົນຕ່າງໆ ທົ່ວປວງຊົນໄດ້ເຂົ້າທັດສະນະ, ທ່ຽວຊົມ, ສຶກສາ, ຮຽນຮູ້ກ່ຽວກັບຜົນສໍາເລັດດ້ານ
ວຽກງານຮັບປະກັນວັດຖຸ, ພະລາທິການ-ເຕັກນິກ ໂດຍອີງໃສ່ກໍາລັງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄດ້ເຊື້ອເຊີນບັນ
ດາຫົວໜ່ວຍການຜະລິດ, 3 ສາຫະກິດຂອງລັດ, ກຸ່ມຜະລິດຕົວແບບ ແລະ ຜູ້ປະກອບການຈໍານວນໜຶ່ງເຂົ້າຮ່ວມງານເພື່ອໂຄສະນາ, ນໍາສະ
ເໜີຜະລິດຕະພັນ-ສິນຄ້າຕ່າງໆເປັນຕົ້ນ: ໄດ້ຮັບອະນຸມັດນໍາໃຊ້ເດີ່ນທາດຫຼວງສ່ວນໜຶ່ງຈາກອົງການປົກຄອງນະຄອນຫຼວງວຽງຈັນໃນເນື້ອທີ່
ເກືອບ 2 ເຮັກຕາ, ລວມມີ: ເຂດຈັດວາງຮ້ານ(ບຸດ) ສິນຄ້າ, ເຂດເວທີ, ເຂດບໍລິການ ການແພດ, ເຂດຈັດວາງຫ້ອງນໍ້າສາທາລະນະ, ເຂດຈອດ
ລົດ, ເຂດບໍລິການກິນດື່ມ, ເຂດເກັບມ້ຽນຂີ້ເຫຍື້ອ, ມີລະບົບໄຟຟ້າ, ນໍ້າປະປາ ແລະ ເນື້ອທີ່ສໍາຮອງຈໍານວນໜຶ່ງ ໄດ້ສໍາເລັດກວດກາຄວາມ
ພ້ອມຮອບດ້ານຂອງບັນດາຫົວໜ່ວຍ, ກົມກອງ, ບໍລິສັດ, ຫ້າງ, ຮ້ານ, ທີ່ເຂົ້າຮ່ວມຈໍານວນ 50 ຫົວໜ່ວຍ ໂດຍແບ່ງເປັນ 95 ຮ້ານ (ບູດ)
ສິນຄ້າ ໃນນັ້ນ ມີບັນດາຫົວໜ່ວຍການຜະລິດ, ໂຮງຈັກ, ໂຮງງານ, ບໍລິສັດ, ວິສາຫະກິດພາຍໃນກອງທັບ ຈຳນວນ 34 ຫົວໜ່ວຍຈັດວາງ
ເປັນ 36 ບຸດລວມມີ: ປະເພດ ເຄື່ອງນຸ່ງຫົ່ມ, ເຄື່ອງຫັດຖະກຳ, ຢາປົວພະຍາດ-ບຳລຸງສຸຂະພາບ, ຜະລິດຕະພັນກະສິກຳປະເພດພືດຜັກ, ຊີ້ນ,
ປາ, ໄຂ່, ເບ້ຍໄມ້, ເຄື່ອງປະດັບຍົດ, ເຄື່ອງໃຊ້ຄົວເຮືອນ, ເຟີນີເຈີ, ໂທລະຄົມ, ການບິນ, ການກໍ່ສ້າງ, ສິ່ງປະດິດ ແລະ ອື່ນໆມີທັງວັດຖຸພັນ,
ຮູບພາບ, ວີດີໂອ ແລະ ສິ່ງພິມຕ່າງໆ ທີ່ສ່ອງແສງໃຫ້ຜົນງານ, ການເຄື່ອນໄຫວຂອງບັນດາຫົວໜ່ວຍ, ກົມກອງຕ່າງໆທີ່ເຄີຍມີມູນເຊື້ອຮັບໃຊ້
ກອງທັບໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ ແລະ ມີບັນດາຫົວໜ່ວຍການຜະລິດ, 3 ສາຫະກິດຂອງລັດ, ຫົວໜ່ວຍ
ຜູ້ປະກອບການກຸ່ມຜະລິດຕົວແບບຂອງອົງການຈັດຕັ້ງຕ່າງໆ 13 ຫົວໜ່ວຍ, ຈັດວາງເປັນ 55 ບູດຍ່ອຍ ລວມມີ: ເຄື່ອງນຸ່ງຫົ່ມ, ເຄື່ອງຫັດຖະ
ກຳ, ອາຫານ, ເຄື່ອງດື່ມ, ເຄື່ອງໃຊ້ທົ່ວໄປທັງວາງສະແດງ ແລະ ຈຳໜ່າຍທົ່ວໄປເປັນສິນຄ້າ ມີບັນດາຫົວໜ່ວຍການຜະລິດ, ທຸລະກິດຂອງຕ່າງ
ປະເທດທີ່ດຳເນີນທຸລະກິດຢູ່ລາວ 3 ຫົວໜ່ວຍ, ຈັດວາງເປັນ 4 ບູດລວມມີ: ຜະລິດຕະພັນກະສິກໍາບໍ່ແຮ່, ໂທລະຄົມ, ການຄ້າ, ອາຫານ.
ນອກຈາກນັ້ນບັນດາວຽກງານປິ່ນອ້ອມອື່ນໆເຊັ່ນ: ວຽກງານໂຄສະນາ, ປະຊາສໍາພັນ, ວຽກງານຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນ
ລະບຽບຮຽບຮ້ອຍ, ວຽກງານຈາລະຈອນ, ມອດໄຟດັບເພີງ, ວຽກງານບໍລິການ-ການແພດກຽມພ້ອມປະຕິບັດໜ້າທີ່ຮັບໃຊ້ໃຫ້ການຈັດງານ
ຕາມແຜນການ ແລະ ພ້ອມແລ້ວຈະເປີດໃຫ້ແຂກເຂົ້າຊົມເປັນທາງການເປັນເວລາ 7 ວັນ ນັບແຕ່ມື້ນີ້ວັນທີ 12-18/01/2024, ນອກຈາກນັ້ນ,
ໃນທຸກໆຄໍ່າຄືນຍັງມີລາຍການສະແດງສິນລະປະ-ວັນນະຄະດີ, ສາຍຮູບເງົາ, ວີດີໂອຮັບໃຊ້ແຂກເຂົ້າຊົມຕື່ມອີກ.

     ໂອກາດນີ້, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ປະທານພິທີ ກໍໄດ້ກ່າວເປີດງານວາງສະແດງຜະລິດຕະພັນສິນຄ້າໃນຄັ້ງນີ້, ໄດ້ສ່ອງແສງ
ໃຫ້ເຫັນການປະກອບສ່ວນຂອງກອງທັບ ເຂົ້າໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ປັບປຸງກອງທັບປະຊາ
ຊົນລາວ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ, ພ້ອມທັງໂຄສະນາສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນພາຍໃນໄດ້ຮັບຮູ້ຢ່າງ
ກ້ວາງຂວາງ, ແຜ່ຫຼາຍຜ່ານການຫ້າງຫາກະກຽມຢ່າງຂຸ້ນຂ້ຽວ, ຮອບຄອບ, ຖີ່ຖ້ວນຂອງຄະນະຮັບຜິດຊອບຈັດງານ ແລະ ບັນດາອົງການ, ກົມ
ກອງກ່ຽວຂ້ອງມາຮອດປະຈຸບັນແມ່ນໄດ້ສໍາເລັດໂດຍພື້ນຖານບັນດາໜ້າວຽກຕົ້ນຕໍ ແລະ ວຽກງານປິ່ນອ້ອມເຫັນໄດ້ຜົນງານ, ມູນເຊື້ອອັນອົງອາດ
ກ້າແກ່ນ, ວິລະກຳອັນລໍ້າເລີດຂອງກອງທັບປະຊາຊົນລາວ ພາຍໃຕ້ຮົ່ມທຸງຂອງພັກ, ບັນດາຫຼັກຖານແຫ່ງຜົນງານ, ມູນເຊື້ອປະຕິວັດຜ່ານມາຂອງ
ກອງທັບຍັງໄດ້ສະແດງໃຫ້ເຫັນການເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນລາວໃນຕະຫຼອດໄລຍະ 75 ປີ ເຊິ່ງໄດ້ຮັບການພັດທະນາກ້າວຂຶ້ນ
ເປັນກອງທັບປະຕິວັດທີ່ເຂັ້ມແຂງ ແລະ ມີລະບຽບແບບແຜນ. ໃນໂອກາດອັນມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າອະນຸຍາດຕາງໜ້າການນໍາ ກະ
ຊວງ ປ້ອງກັນປະເທດ ໄດ້ປະກາດເປີດງານວາງສະແດງຜະລິດຕະພັນສິນຄ້າຂອງກອງທັບຢ່າງເປັນທາງການນັບແຕ່ນາທີນີ້ເປັນຕົ້ນໄປ.

ແຫຼ່ງຂ່າວໂດຍ ສົມຄິດ
ວັນທີ 15/01/2024